ພະແນກຄະຫະກໍາ

ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນໄດ້ຈັດຝຶກອົບຮົມດ້ານໄອທີໃຫ້ແກ່ຄູອາຈານລະຫວ່າງວັນທີ 9 ຫາ 13 ທັນວາ 2024

 


      ໃນລະຫວ່າງວັນທີ 9 ຫາ 13 ທັນວາ 2024 ທີ່ຫ້ອງປະຊຸມຝຶກອົບຮົມວິຊາຊີບໄດ້ມີການຈັດຝຶກອົບຮົມເພີ່ມທັກສະດ້ານໄອທີໃຫ້ແກ່ພະນັກງານຄູອາຈານພາຍໃນໂຮງຮຽນຈໍານວນ 19 ທ່ານ ເຊິ່ງຫົວຂໍ້ທີ່ໃຊ້ໃນການຝຶກອົບຮົມແມ່ນ: ການສ້າງ ແລະ ອອກແບບຖານຂໍ້ມູນ ໃນຮູບແບບ Platform Online ພາຍໃຕ້ການສະໜັບສະໜູນຈາກໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (Vtess). ເຊິ່ງຝຶກໂດຍ ທ່ານ ທອງດີ ເນົາວັນເພງ
      ໃນການຝຶກອົບຮົມຄັ້ງນີ້ແມ່ນເນັ້ນໃຫ້ຜູ້ເຂົ້າຮ່ວມໄດ້ສ້າງ ແລະ ອອກແບບເວັບໄຊ, ການສ້າງຖານຂໍ້ມູນ ສະເພາະພະແນກ ແລະ ສາຂາຂອງຕົນທີ່ຮັບຜິດຊອບ, ການເຊື່ອມໂຍງແຕ່ລະພະແນກ, ສາຂາພາຍໃນໂຮງຮຽນດ້ວຍຮູບແບບອອນລາຍ ແລະ ການນໍາໃຊ້ໂປຣແກຣມ Canva ໃນການຕົບແຕ່ງຮູບພາບຕ່າງໆໃຫ້ສວຍງາມ,ການໂພສຂໍ້ມູນຂ່າວສານພາຍໃນພະແນກ-ສາຂາຂອງຕົນເອງ



ສະໜັບສະໜູນໂດຍ: ໂຄງການ Vtess 

Post a Comment

Previous Post Next Post