ໃນຕອນບ່າຍ ເວລາ 14: 00 ນາທີ ຂອງວັນທີ 28 ທັນວາ 2023 ທີ່ສະໂມສອນຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ
ກອງປະຊຸມສະຫຼຸບວຽກງານນປະຈຳປີ 2023 ໃນນັ້ນ, ປະກອບດ້ວຍວຽກງານຫຼັກຄື:
1, ຜ່ານບົດສະຫຼຸບວຽກງານບໍລິຫານ-ຈັດຕັ້ງ ປະຈໍາປີ 2023 ແລະ ແຜນສືບຕໍ່ຈັດຕັ້ງປະຕິບັດ ປະຈໍາປີ 2024
2, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາການ ໃນໄລຍະ 1 ປີຜ່ານມາ ປະຈໍາສົກປີ 2022-2023 ແລະ ທິດທາງແຜນການປະຈໍາປີ 2023-2024
3, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໃຫວວຽກງານກິດຈະການນັກຮຽນ-ນັກສຶກສາ ໃນໄລຍະ 1 ປີຜ່ານມາ ປະຈໍາສົກຮຽນ 2022-2023 ແລະ ທິດທາງແຜນການປະຈໍາສົກຮຽນ 2023-2024
ພິທີດັ່ງກ່າວ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ສິດທິເດດ ຈັນທະບຸດດີ ຜູ້ອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນມີຜູ້ເຂົ້າຮ່ວມ ຈໍານວນ 164 ຄົນ, ຍິງ 54 ຄົນ. ພະນັກງານຄູ ເຂົ້້າຮ່ວມ 39 ຄົນ, ຍິງ 10 ຄົນ ແລະ ນັກຮຽນ 125 ຄົນ, ຍິງ 44 ຄົນ
ຈຸດປະສົງ:
1, ເພື່ອສະຫຼຸບສັງລວມເອົາວຽກງານຮອບດ້ານ ທີ່ມີຜົນສໍາເລັດໃນວຽກງານຕ່າງໆ,
2, ແກ້ໄຂຮ່ວມກັນໃນບາງວຽກງານທີ່ຍັງຄົງຄ້າງ ແລະ ສືບຕໍ່ຈັດຕັ້ງນປະຕິບັດໃນປີຖັດໄປໃຫ້ສໍາເລັດ ແລະ ສືບຕໍ່ວາງທິດທາງແຜນການ ປະຈໍາປີ 2024 ໃຫ້ມີຜົນສໍາເລັດ ແລະ ດີດຂືນໄປເລື້ອຍໆໃນທຸກວຽກງານ
3, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ທີ່ຈະມາເຖິງໃນໝໍ່ໆນີ້ ພະນັກງານຄູທັງໝົດໄດ້ຖືເອົາວະລະນີ້ ເພື່ອອ່ວຍພອນໄຊໃຫ້ແກ່ທ່ານການນໍາ ກໍ່ຄື ຜູ້ອໍານວຍການພ້ອມດ້ວຍຄະນະ ດ້ວຍການມອບກະຕ່າຂອງຂວັນ ແລະ ອ່ວຍພອນໄຊປີໃໝ່ປີ 2024ທີ່ຈະມາເຖິງນີ້ ໂດຍຖືເປັນກຽດຂື້ນມອບ ແມ່ນບັນດາທ່ານ ຫົວໜ້າ, ຮອງພະແນກການ ເພື່ອຕາງໜ້າພະນັກງານຄູທັງໝົດ
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສິດທິເດດ ຈັນທະບຸດດີ ຜູ້ອໍານວຍການໂຮງຮຽນ ປະທານກອງປະຊຸມ ໄດ້ມີຄໍາເຫັນ ໃນບາງບັນຫາຕໍ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນປີຕໍ່ໄປ
ມາຮອດເວລາ 16: 20 ນາທີ ກອງປະຊຸມກໍ່ໄດ້ຊີ້ນສຸດລົງຢ່າງຈົບງາມ