ພະແນກຄະຫະກໍາ

ໂຮງຮຽນ​ເຕັກນິກ​ວິຊາຊີບ ແບບປະສົມ ແຂວງ ສາລະວັນ ໄດ້ຈັດກິດຈະກຳອະນາໄມ້ລວມ ຫລື​ ​Clean​ up day Laos ເປັນກິດຈະກຳເກັບຂີ້ເຫຍື່ອໃນວັນທີ 13 ຕຸລາ 2023

 


ໃນຕອນເຊົ້າຂອງວັນທີ13 ຕຸລາ​ 2022 ທາງໂຮງຮຽນ​ເຕັກນິກ​ວິຊາຊີບ ແບບປະສົມ ແຂວງ ສາລະວັນ ໄດ້ຈັດກິດຈະກຳອະນາໄມ້ລວມ ຫລື​ ​Clean​ up day Laos ເປັນກິດຈະກຳເກັບຂີ້ເຫຍື່ອ ເຊີ່ງເປັນກິດຈະກຳ ໜື່ງ​ຂອງ​ One Health ເຊີ່ງເປັນ Campaign ທີ່ຖືກສະໜັບສະໝູນ​ຈາກ​ ສະຫະພາບເອີລົບປະຈຳລາວ.​ການທີ່ເຮົາເຮັດ Clean​ up day Laos ຂື້ນມາກໍ່ເພື່ອຈາກປູກຈິດຕາຍສຳນືກຂອງການຖີ້ມຂີ້ເຫຍື່ອໃຫ້ເປັນບ່ອນ,​ການໃຫ້ຄວາມສຳຄັນຂອງສີ່ງແວດລ້ອມ ແລະ​ ທຳມະຊາດ​ເພາະມັນສາມາດສົ່ງຜົນຕໍ່ສະພາບອາກາດ,​ສຸຂະພາບຂອງຄົນ ແລະ​ ສັດໄດ້ເຊັ່ນ: ໂລກຮ້ອນ,​ຄວາມບໍສວຍງາມ,​ນ້ຳຂັງໃນຂີ້ເຫຍື່ອ ເຊີ່ງຍຸງສາມາດໄຂ່ໃສ່ໄດ້ ແລະ​ ກໍໃຫ້ເກີດໄຂ້ຍຸງລາຍໃນປັດຈຸບັນ.​ເຊີ່ງມີຜູ່ເຂົ້າຮ່ວມທັງໝົດ​52ຄົນ ຄູ​11​ຄົນ ແລະ​ ​ນັກຮຽນ​41​ຄົນ​ ເຊີ່ງເປັນຂະບວນການທີ່ຟົດຟື້ນ ແລະ​ ພາກພູມໃຈທີ່ໄດ້ຮ່ວມກິດຈະກຳໃນຄັ້ງນີ້





Post a Comment

Previous Post Next Post